“ກອງປະຊຸມປຶກສາຫາລືວຽກງານການຕ້ານການຄ້າ-ຂາຍສັດປ່າ ໃນ ສປປ ລາວ” ທີ່ໂຮງແຮມ ອໍາມະລີ, ເມືອງວັງວຽງ ແຂວງວຽງຈັນ. ພາຍໃຕ້ການສະຫນັບສະຫນຸນຈາກ GIZ ProFEB
Published: 29 Apr 2024
Type 03
.
ພາຍໃນວັນທີ 29-30 ເມສາ 2024 ທີ່ຜ່ານມາ, ພວກເຮົາທີມງານອີໂຄນັອກສ໌ ລາວ ໄດ້ໂອກາດເຂົ້າຮ່ວມ “ກອງປະຊຸມປຶກສາຫາລືວຽກງານການຕ້ານການຄ້າ-ຂາຍສັດປ່າ ໃນ ສປປ ລາວ” ທີ່ໂຮງແຮມ ອໍາມະລີ, ເມືອງວັງວຽງ ແຂວງວຽງຈັນ. ພາຍໃຕ້ການສະຫນັບສະຫນຸນຈາກ GIZ ProFEB ເຊິ່ງມີຈຸດປະສົງຄື:
ໍ1. ນໍາສະເຫນີ ການຈັດຕັ້ງປະຕິບັດທີ່ຜ່ານມາ ທີ່ພົ້ນເດັ່ນຂອງກົມກວດກາປ່າໄມ້ ໃນວຽກງານຕ້ານການຄ້າຂາຍສັດປ່າແບບຜິດກົດໝາຍ;
2. ຮັບປະກັນຄວາມສອດຄ່ອງ ແລະ ຄວາມເຂົ້າໃຈກ່ຽວກັບອົງກອນຕ່າງໆ ທີ່ມີສ່ວນຮ່ວມ ໃນວຽກງານຕ້ານການຄ້າຂາຍສັດປ່າແບບຜິດກົດໝາຍ;
3. ທົບທວນແຜນຍຸດທະສາດປີ 2035 ໃນວຽກງານຕ້ານການຄ້າຂາຍສັດປ່າ ຈາກກອງປະຊຸມຄັ້ງທີ່ຜ່ານມາຮ່ວມກັນ;
4. ການລິເລີ່ມພັດທະນາ ແລະ ສ້າງແບບແຜນ ໃນການແກ້ໄຂບັນຫາຕ່າງໆ, ຊ່ອງຫວ່າງ ແລະ ອຸປະສັກຕ່າງໆ ເພື່ອກຽມແຜນງົບປະມານຈັດຕັ້ງປະຕິບັດໃນອະນາຄົດ.
ໃນກອງປະຊຸມຄັ້ງນີ້ ກໍໄດ້ມີຜູ້ຊ່ຽວຊານ ແລະ ວິຊາການ ຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນພາກສ່ວນລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງເອກະຊົນ. ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມແມ່ນໄດ້ມີການສົນທະນາລະດົມແນວຄວາມຄິດ, ແບ່ງປັນປະສົບການທັງຄວາມສຳເລັດ-ຂໍ້ທ້າທາຍທີ່ໄດ້ພົບເຈີ ແລະ ໄດ້ມີການປຶກສາຫາລືກັນເພື່ອຫາທາງແກ້ໄຂຮ່ວມກັນ ເພື່ອເປັນການຜັນຂະຫຍາຍໃຫ້ກົມກວດກາປ່າໄມ້ປັບປຸງເພື່ອນຳໃຊ້ ເພື່ອທີ່ຈະໄດ້ຫາວິທີແກ້ໄຂບັນຫາໃນວຽກງານຕ້ານການຄ້າຊາຍສັດປ່າໄດ້ຢ່າງຖືກຈຸດ.
-------------------------------------------------------------------
On April 29-30, 2024, the Econox Lao team had the opportunity to participate in the "Discussion against wildlife trafficking in Lao PDR" at Amari Hotel, Vang Vieng District, Vientiane Province. Under the support of GIZ ProFEB, which aims to:
1. Present a summary of the implementation of forest inspection work in the past to combat illegal wildlife trade;
2. Ensure consistency and understanding of various organizations involved in combating illegal wildlife trade;
3. Review the 2035 strategic plan to combat wildlife trafficking from the last joint meeting;
4. Initiating and creating a plan to solve problems, gaps and obstacles in order to prepare a budget plan for implementation in the future.
In this meeting, there are experts, academics from many sectors whether public sector, private sector, organizations Set social and private. All parties participating in the meeting had discussions to create ideas, share experiences, both successes and challenges encountered and discuss together to find common solutions to be implemented by the Forestry Inspection Department for improvement for use in order to find a solution. Against wildlife trade.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com