Description of my image
✨ໃນວັນທີ 21 ຕຸລາ 2024 ທີ່ຜ່ານມາ,  ເຊິ່ງເປັນມື້ສຸດທ້າຍຂອງການເຝຶກອົບຮົບ ໃຫ້ກັບບັນດານັກຂ່າວສິ່ງແວດລ້ອມໄວໜຸ່ມ ຢູ່ທີ່ ນະຄອນຫຼວງພະບາງ.

✨ໃນວັນທີ 21 ຕຸລາ 2024 ທີ່ຜ່ານມາ, ເຊິ່ງເປັນມື້ສຸດທ້າຍຂອງການເຝຶກອົບຮົບ ໃຫ້ກັບບັນດານັກຂ່າວສິ່ງແວດລ້ອມໄວໜຸ່ມ ຢູ່ທີ່ ນະຄອນຫຼວງພະບາງ.

Published: 21 Oct 2024

Type 06

.

[English below]
✨ໃນວັນທີ 21 ຕຸລາ 2024 ທີ່ຜ່ານມາ, ເຊິ່ງເປັນມື້ສຸດທ້າຍຂອງການເຝຶກອົບຮົບ ໃຫ້ກັບບັນດານັກຂ່າວສິ່ງແວດລ້ອມໄວໜຸ່ມ ຢູ່ທີ່ ນະຄອນຫຼວງພະບາງ.
🌱ກ່ອນທີ່ຈະພານ້ອງໆໄວໜຸ່ມນັກຂ່າວສິ່ງແວດລ້ອມຂອງພວກເຮົາເດີນທາງກັບ ນະຄອນຫຼວງວຽງຈັນ, ໃນຕອນເຊົ້າ ບັນດາໄວໜຸ່ມຂອງພວກເຮົາກໍໄດ້ມີໂອກາດເຂົ້າພົບກັບທາງຜູ້ຕາງໜ້າຈາກພາກລັດໄດ້ແກ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຫຼວງພະບາງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງພະບາງ, ເມືອງ ງອຍ ແລະ ເມືອງ ຈອມເພັດ. ໄດ້ໃຫ້ເປັນກຽດມາຮ່ວມແລກປ່ຽນ ແລະ ຂຶ້ນນຳສະເໜີກ່ຽວກັບ ສະພາບໂດຍລວມໃນປະຈຸບັນ ໃນການຄຸ້ມຄອງສິ່ງເສດເຫຼືອ ໃນແຂວງ ຫຼວງພະບາງ.
♻️ໂດຍຕາງໜ້າແຕ່ລະເມືອງໄດ້ມີການນຳສະເໜີການຈັດຕັ້ງປະຕິບັດທີ່ແຕກຕ່າງກັນເຊິ່ງປະກອບມີ ກິດຈະກຳການເຄື່ອນໄຫວວຽກງານສິ່ງແວດລ້ອມໃນບຸນປະເພນີ, ການເຮັດຝຸ່ນບົ່ມ, ການຮ່ວມມືກັບຫົວໜ່ວຍທຸລະກິດ ໂດຍສະເພາະແມ່ນພາກສ່ວນການບໍລິການ ແລະ ການທ່ອງທ່ຽວໃຫ້ມີຄວາມເປັນມິດກັບສິ່ງແວດລ້ອມ. ພ້ອມນັ້ນຍັງມີໂຄງການຮ່ວມມືກັບຕ່າງປະເທດເພື່ອຈັດການບັນດາສິ່ງເສດເຫຼືອພາຍໃນເມືອງ.
✨ພາຍຫຼັງການນຳສະເໜີ, ນ້ອງໆໄວໜຸ່ມກໍໄດ້ມີໂອກາດຮ່ວມແລກປ່ຽນຖາມ-ຕອບ ກັບຜູ້ຕາງໜ້າຈາກແຕ່ລະພາກສ່ວນ ເພື່ອຮຽນຮູ້ ແລະ ເຂົ້າໃຈການຄຸ້ມຄອງສິ່ງເສດເຫຼືອ ຫຼາຍຂຶ້ນ. ນອກຈາກນັ້ນ, ພວກເຮົາກໍໄດ້ພານ້ອງໆເດີນທາງໄປຢ້ຽມຊົມສະໜາມຂີ້ເຫຍື້ອ ຫຼັກ 08 ເພື່ອເປັນການພາໄວໜຸ່ມໄປເບິ່ງຈຸດເຕົ້າໂຮມຂອງສິ່ງເສດເຫຼືອ ແລະ ມີການຄັດແຍກສິ່ງເສດເຫຼືອໃນແບບວິທີໃດ.
—-------------------------------------------------------------------------
✨On October 21, 2024, the training for young environmental journalists, took place in Luangprabang, came to the last day.
🌱Before our young environmental journalists returned to Vientiane, they had the opportunity to meet with representatives from the state sector, including the Luangprabang Provincial Department of Natural Resources and Environment, Luangprabang City Department of Natural Resources, Ngoi District, and Chomphet District.
♻️These representatives honored us by participating in discussions and presentations about the current situation of waste management in Luangprabang Province. Each district shared their unique approaches, which included environmental activities in cultural festivals, composting, collaborations with business units, especially the service and tourism sectors, to promote environmentally friendly practices. Additionally, there are joint projects with international partners to manage waste within the city.
🌱After the presentations, our young participants had the opportunity to engage in a Q&A session with representatives from each sector in order to foster a better understanding of waste management. Later, our young journalists visited the KM 08 landfill to learn more about how the city manages the landfill, collect waste and conduct the sorting process.

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.