Description of my image
✨ໃນວັນທີ 11 ທັນວາ 2024 ທີ່ຜ່ານມາ, ທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ງານເວທີຕົວເມືອງແຫ່ງຊາດ ຄັ້ງທີ 03, ທີ່ໄດ້ຈັດຂຶ້ນທີ່ ສະໂມສອນໃຫຍ່, ມະຫາວິທະຍາໄລແຫ່ງຊາດ.

✨ໃນວັນທີ 11 ທັນວາ 2024 ທີ່ຜ່ານມາ, ທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ງານເວທີຕົວເມືອງແຫ່ງຊາດ ຄັ້ງທີ 03, ທີ່ໄດ້ຈັດຂຶ້ນທີ່ ສະໂມສອນໃຫຍ່, ມະຫາວິທະຍາໄລແຫ່ງຊາດ.

Published: 11 Dec 2024

Type 03

.

 

[English below]
✨ໃນວັນທີ 11 ທັນວາ 2024 ທີ່ຜ່ານມາ, ທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ງານເວທີຕົວເມືອງແຫ່ງຊາດ ຄັ້ງທີ 03, ທີ່ໄດ້ຈັດຂຶ້ນທີ່ ສະໂມສອນໃຫຍ່, ມະຫາວິທະຍາໄລແຫ່ງຊາດ.
✨ງານດັ່ງກ່າວມີຈຸດປະສົງ ເພື່ອເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງໃຫ້ເຂົ້າກັບທ້ອງຖິ່ນ, ຮ່ວມມືກັບໄວໜຸ່ມ ເພື່ອບັນລຸເປົ້າໝາຍບການພັດທະນາແບບຍືນຍົງ. ເຊິ່ງພາຍໃນງານມີຜູ້ເຂົ້າຮ່ວມຈາກຫຼາກພາກສ່ວນເຊັ່ນ: ຜູ້ຕາງໜ້າຈາກພາກລັດ ແລະ ພາກເອກະຊົນ, ນັກວິຊາການ, ອົງການຈັດຕັ້ງທາງສັງຄົມ ແລະ ໄວໜຸ່ມ.
✨ພິເສດໄປກວ່ານັ້ນ, ຍັງມີວາລະພິເສດຊ່ວງ “ອະນາຄົດຂອງພວກເຮົາທີ່ປາສະຈາກມົນລະພິດຈາກປລາສຕິກ ແລະ ຄວາມທ້າທາຍຈາກປລາສຕິກ ແລະ ສິ່ງເສດເຫຼືອ.” ເຊິ່ງໃນວາລະນີ້, ຜູ້ຮ່ວມກໍ່ຕັ້ງຂອງພວກເຮົາ ໄດ້ເປັນຕົວແທນຂຶ້ນນຳສະເໜີເພື່ອແລກປ່ຽນສົນທະນາກັບຜູ້ເຂົ້າຮ່ວມ ພາຍໃຕ້ຫົວຂໍ້: “ການສົ່ງເສີມການມີສ່ວນຮ່ວມໃນການຫຼຸດຜ່ອນມົນລະພິດຈາກປລາສຕິກ”. ນອກຈາກນັ້ນ, ຍັງມີການຂຶ້ນນຳສະເໜີ ຈາກ Green Vientiane ກ່ຽວກັບ “ການສ້າງຄວາມເຂັ້ມແຂງໃຫ້ແກ່ຄົນຮຸ່ນໃຫມ່ ເພື່ອອານາຄົດທີ່ຍືນຍົງ: ການລົງມືປະຕິບັດເພື່ອແກ້ບັນຫາມົນລະພິດ ແລະ ການຜະລິດປລາສຕິກ” ແລະ ການນຳສະເໜີຈາກຜູ້ຕາງໜ້າ Stokholms Environment InstituteI (SEI) ກ່ຽວກັບ “ການຫັນປ່ຽນສູ່ເສດຖະກິດໝຸນວຽນຢ່າງຄອບຄຸມ”. ທັງ 3 ຫົວຂໍ້ໄດ້ຊີ້ໃຫ້ເຫັນເຖິງບັນຫາການຜະລິດປລາສຕິກທີ່ມີທ່າອ່ຽງເພີ່ມຂຶ້ນໃນທຸກໆປີ, ຕົວຊີ້ວັດ SDGs, ການຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດຈາກຫຼາຍພາກສ່ວນ ແລະ ການມີສ່ວນຮ່ວມຂອງໄວໜຸ່ມເຊິ່ງເປັນຜູ້ທີ່ຈະຂັບເຄື່ອນຄວາມຍືນຍົງໃນຕໍ່ໜ້າ.
—----------------------------------------------------
✨On December 11, 2024, the Econox Laos team had the opportunity to participate in the 3rd National Urban Forum, held at the Grand Club, National University of Laos.
✨The forum aimed to integrate the Sustainable Development Goals (SDGs) into the local community, focusing on engaging youth to achieve these goals.
The event was attended by a diverse group of stakeholders, including representatives from the public and private sectors, academics, civil society organizations, and youth.
✨A special session titled “Our Future Free of Plastic Pollution and the Challenges of Plastic and Waste” featured presentations by our co-founders, under the theme: “Promoting Participation in Reducing Plastic Pollution.” Additional presentations included a session by Green Vientiane on “Empowering the Next Generation for a Sustainable Future: Taking Action to Address Plastic Pollution and Production” and a presentation by the Stockholm Environment Institute (SEI) on “Transitioning to a Circular Economy.” The speakers emphasized the increasing trend in plastic production, the relevant SDGs indicators, the importance of multi-stakeholder implementation, and the critical role of youth as future drivers of sustainability.
 

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.