✨ວັນທີ 24 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.
Published: 24 Jul 2024
Type 03
.
[English below]
ວັນທີ 24 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.
ໃນພາກບ່າຍ ພວກເຮົາໄດ້ສືບຕໍ່ການເຝິກອົບຮົມໃຫ້ກັບໄວໜຸ່ມໃນຫ້ອງຮຽນພິເສດຫົວຂໍ້ອົບຮົມທີ 07. ການເຝິກອົບຮົມໃນຄັ້ງນີ້ ໄດ້ເຮັດໃຫ້ໄວໜຸ່ມເຂົ້າຮ່ວມກິດຈະກໍາ ແລະ ແລກປ່ຽນຄວາມຮູ້ກັບຜູ້ບັນຍາຍ: ເອື້ອຍ ວາລີ ພົມມະຈັກ ແລະ ອ້າຍ ໄພອາກອນ ສະກຸນຕະວະ, ທີ່ມາໃນຫົວຂໍ້: ການນຳໃຊ້ສື່ ເພື່ອການອະນຸລັກ. ການແລກປ່ຽນຄວາມຄິດຄວາມເຫັນໃນລະຫວ່າງການເຝິກອົບຮົມດັ່ງກ່າວແມ່ນມີຄຸນຄ່າໃຫ້ແກ່ຜູ້ເຂົ້າຮ່ວມໄວໜຸ່ມ, ເພື່ອເປັນປະໂຫຍດໃຫ້ກັບນ້ອງໆໄປປັບໃຊ້ໃນການເຮັດວຽກຕົວຈິງໃນອະນາຄົດ.
ພາຍໃນກິດຈະກຳກໍໄດ້ເຕັມໄປດ້ວຍສີສັນ, ຄວາມກະຕືລືລົ້ນ, ຄວາມມ່ວນຊື່ນ, ຜູ້ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນຄວາມຮູ້ວ່າເປັນຫຍັງສື່ຈຶ່ງສຳຄັນຕໍ່ການອະນຸລັກ, ການເລົ່າເລື່ອງ ແລະ ການຂຽນຫົວຂໍ້ຂ່າວແນວໃດໃຫ້ໜ້າສົນໃຈ, ອົງປະກອບໃນການອອກແບບ, ການສື່ສານດ້ວຍຮູບພາບ, ການອອກແບບເຄື່ອງມືສື່ສານ ແລະ ທີ່ຂາດບໍ່ໄດ້ກໍ່ຄືຄູ່ຮ່ວມງານຂອງພວກເຮົາ Lab de Lines ທີ່ໃຫ້ການສະໜັບສະໜູນສະຖານທີ ແລະ ອຳນວຍຄວາມສະດວກໃຫ້ກັບນ້ອງໆຜູ້ເຂົ້າຮ່ວມໂຄງການຂອງພວກເຮົາ.
----------------------------------------------------------------------------------
On July 24, 2024, the project implementation team, Association Anoulak and Econox Laos, organized a training session for young participants.
In the afternoon, we continued the training with a special session on Module 07. This session allowed young participants to engage in activities and exchange knowledge with lecturers: Ms. Valy Phommachak and Mr. Phaiakone Sakountava, presented: Using media for conservation. The exchange of ideas during this training was invaluable for the participants, providing them with knowledge and skills to apply in their future work.
The event was vibrant, enthusiastic, and enjoyable. Participants had the opportunity to discuss why media is important for conservation, storytelling techniques, how to write captivating headlines, design elements, visual communication, and the creation of media tools. Indispensable to our success was our partner, Lab de Lines - Coworking SpaceL, which supported the venue and facilitated the participants throughout our program.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com