ພວກເຮົາໄດ້ສືບຕໍ່ການເຝິກອົບຮົມໃຫ້ກັບໄວໜຸ່ມໃນຫ້ອງຮຽນພິເສດຫົວຂໍ້ອົບຮົມທີ 16, ເຝິກອົບຮົມໃນຄັ້ງນີ້ ໄດ້ເຮັດໃຫ້ໄວໜຸ່ມເຂົ້າຮ່ວມກິດຈະກໍາ ແລະ ແລກປ່ຽນຄວາມຮູ້ກັບທາງ GIZ ໄດ້ຮ່ວມມືກັບສູນພັດທະນາຊົນນະບົດ
Published: 25 Jul 2024
Type 03
.
[English below]
ວັນທີ 25 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ຈັດການເຝິກອົບຮົມໃຫ້ກັບບັນດານ້ອງໆໄວໜຸ່ມ.
ໃນພາກເຊົ້າ ພວກເຮົາໄດ້ສືບຕໍ່ການເຝິກອົບຮົມໃຫ້ກັບໄວໜຸ່ມໃນຫ້ອງຮຽນພິເສດຫົວຂໍ້ອົບຮົມທີ 16, ເຝິກອົບຮົມໃນຄັ້ງນີ້ ໄດ້ເຮັດໃຫ້ໄວໜຸ່ມເຂົ້າຮ່ວມກິດຈະກໍາ ແລະ ແລກປ່ຽນຄວາມຮູ້ກັບທາງ GIZ ໄດ້ຮ່ວມມືກັບສູນພັດທະນາຊົນນະບົດ ເຊິ່ງຜູ້ບັນຍາຍ: ທ່ານ. ນ ຈັນທະລັງສີ ສີສຸວັນ, ຫົວໜ້າສູນພັດທະນາຊົນນະບົດ ແລະ ທີມງານ RDA, ທີ່ມາໃນຫົວຂໍ້: ສົນທິສັນຍາ ວ່າດ້ວຍຊີວະນາໆພັນ. ການແລກປ່ຽນຄວາມຄິດຄວາມເຫັນໃນລະຫວ່າງການເຝິກອົບຮົມດັ່ງກ່າວແມ່ນມີຄຸນຄ່າໃຫ້ແກ່ຜູ້ເຂົ້າຮ່ວມໄວໜຸ່ມ, ເພື່ອເປັນປະໂຫຍດໃຫ້ກັບນ້ອງໆໄປປັບໃຊ້ໃນການເຮັດວຽກຕົວຈິງໃນອະນາຄົດ.
ພາຍໃນກິດຈະກຳກໍໄດ້ເຕັມໄປດ້ວຍສີສັນ, ຄວາມກະຕືລືລົ້ນ, ຄວາມມ່ວນຊື່ນ, ຜູ້ເຂົ້າຮ່ວມໄດ້ມີໂອກາດຈັດກຸ່ມເຮັດວຽກເປັນທີມ, ນຳຫົວຂໍ້ກ່ຽວກັບສົນທິສັນຍາ ວ່າດ້ວຍຊີວະນາໆພັນ ມາຄິດວິເຄາະຮ່ວມກັນກັບຄົນໃນທີມຕາມທີ່ທາງຜູ້ບັນຍາຍມອບໃຫ້ ແລ້ວຂຶ້ນມານຳສະເໜີໃຫ້ແຕ່ລະທີມໄດ້ມາແລກປ່ຽນຮ່ວມກັນ.
----------------------------------------------------------------------------------
On July 25 2024, the project implementation team, Association Anoulak and Econox Laos, organized a training session for young participants.
Module 16 allowed participants to engage in activities and exchange knowledge with GIZ, in collaboration with the Rural Development Agency. The session featured Ms. Chanthalangsy Sisouvanh, Head of the Rural Development Agency RDA. and the RDA team, presented: "Convention on Biological Diversity." The exchange of ideas during the event was valuable for the young participants, providing them with practical insights.
The event was vibrant and filled with enthusiasm and enjoyment. Participants worked in teams to discuss topics related to the Convention on Biological Diversity, collaborated with their team members, and presented their findings to the group.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com