Description of my image
 ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ມີວາລະພິເສດກໍຄື: “ຊ່ວງເວທີເສວະນາ: ເສັ້ນທາງໃນການເປັນນັກອະນຸລັກຂອງຂ້ອຍ”

ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ມີວາລະພິເສດກໍຄື: “ຊ່ວງເວທີເສວະນາ: ເສັ້ນທາງໃນການເປັນນັກອະນຸລັກຂອງຂ້ອຍ”

Published: 24 Jul 2024

Type 03

.

 

[English below]
🌥ໃນພາກແລງຂອງ ວັນທີ 24 ກໍລະກົດ 2024 ທີ່ຜ່ານມາ, ທີມງານຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຮ່ວມມືລະຫວ່າງ ສະມາຄົມອະນຸລັກ ແລະ ອີໂຄນັອກສ໌ ລາວ ໄດ້ມີວາລະພິເສດກໍຄື: “ຊ່ວງເວທີເສວະນາ: ເສັ້ນທາງໃນການເປັນນັກອະນຸລັກຂອງຂ້ອຍ” ທີ່ມາພ້ອມກັບແຂກຮັບເຊີນສຸດພິເສດທັງ 6 ທ່ານ ທີ່ມາຮ່ວມແລກປ່ຽນປະສົບການກັບພວກເຮົາໄດ້ແກ່:
1. ທ່ານ. ປອ. ສັນຕິ ໄຊປັນຍາ, ຫົວໜ້າອົງການ ອະນຸລັກ ສັດປ່າ ປະຈໍາ ສປປ ລາວ (WCS Lao PDR ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ)
2. ທ່ານ. ຈອນນີ້ ສຸວິເດດ, ວິຊາການແຜນງານປ່າສະຫງວນ ແລະ ຊະນິດພັນ, ອົງການສາກົນເພື່ອການອະນຸລັກທຳມະຊາດ (IUCN Laos)
3. ທ່ານ. ສຸລິເນດ ບຸນຍາລັກ, ພະນັກງານສຶກສາ, ໂຄງການອານຸລັກຫມີລາວ (Free the Bears).
4. ທ່ານ. ນ ຈັນທະລັງສີ ສີສຸວັນ, ຜູ້ອໍານວຍການ, ສູນພັດທະນາຊົນນະບົດ (Rural Development Agency RDA.).
5. ທ່ານ. ນ ວາດສະໜາ ຈັນທະວົງ, ຫົວໜ້າທີມນໍາໃຊ້ໝາດົມກິ່ນ, ມູນລະນິທິເສົາຫຼາ (Saola Foundation for Annamite Mountains Conservation).
6. ທ່ານ. ສັນສະນິ ໂຄດພູທອນ, ວິຊາການງານປ່າສະຫງວນ ແລະ ຊະນິດພັນ ອົງການກອງທືນ ອະນຸລັກທຳມະຊາດໂລກ ປະຈຳ ລາວ (WWF-Laos)
🌎ເຊິ່ງເຮັດໃຫ້ໄວໜຸ່ມໄດ້ມີໂອກາດແລກປ່ຽນຄວາມຮູ້ ໂດຍຜ່ານການເລົ່າປະສົບການຂອງແຂກຮັບເຊີນ ໃນເສັ້ນທາງສາຍອາຊີບໃນການເປັນນັກອະນຸລັກ ເພື່ອເປັນແຮງບັນດານໃຈ ແລະ ການຂັບເຄື່ອນໃຫ້ບັນດາໄວໜຸ່ມຜູ້ທີ່ມີຄວາມມັກຮັກ ແລະ ລິເລີ່ມໃນສາຍອາຊີບນີ້, ພາຍໃນກິດຈະກຳກໍໄດ້ເຕັມໄປດ້ວຍສີສັນ, ຄວາມກະຕືລືລົ້ນ,​ ຄວາມມ່ວນຊື່ນ, ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈຫຼາຍສະແດງອອກໃນການຕັ້ງຄໍາຖາມທີ່ເຈາະຈິ້ມກັບແຂກຮັບເຊີນດ້ວຍບັນຍາກາດທີ່ຄຶກຄື້ນ. ພວກເຮົາຂໍຂອບໃຈແຂກຮັບເຊີນທ່ານ 6 ທ່ານ ທີ່ມາຮ່ວມແລກປ່ຽນປະສົບການກັບບັນດາໄວໜຸ່ມຂອງພວກເຮົາ ແລະ ທີ່ຂາດບໍ່ໄດ້ກໍ່ຄືຄູ່ຮ່ວມງານຂອງພວກເຮົາ Lab de Lines - Coworking Space ທີ່ໃຫ້ການສະໜັບສະໜູນສະຖານທີ່ ແລະ ອຳນວຍຄວາມສະດວກໃຫ້ກັບນ້ອງໆຜູ້ເຂົ້າຮ່ວມໂຄງການຂອງພວກເຮົາ.🌱💚
—-------------------------------------------------------------------------------------------
🌥On the evening of July 19, 2024,the project implementation team, Association Anoulak and Econox Laos, organized a special event with the title: "Forum: My journey as a conservationist in Laos". In the event, there were 6 distinguished guests who shared their experiences:
1. Ph.D. Santi Saypanya, Country Director of Wildlife Conservation Society Lao PDR.
2. Mr. Johnny Soulideth, Technical program of protected area and species, (IUCN-Laos).
3. Mr. Soulineth Bounyaluck, ACE Officer, Free the Bears.
4. Ms. Chanthalangsy Sisouvanh, Director of Rural Development Agency.
5. Ms. Vatsana Chanthavong, Head of the Sniffer Dog Team, Saola Foundation.
6. Mr. Sansani KhodPhouthone, Technical of protected area and species, (WWF-Laos).
🌎The event served as a platform for young people to gain knowledge through the shared experiences of these esteemed guests, providing inspiration and encouragement for those interested in pursuing careers in conservation. The atmosphere was vibrant, enthusiastic, and engaging, with participants showing great interest by asking insightful questions. We would like to extend our gratitude to the six distinguished guests for generously sharing their experiences with our youth and indispensable is our partner Lab de Lines - Coworking Space for their support in providing the venue and facilitating the participants throughout our program.🌱💚

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.