Description of my image
✨ໃນວັນທີ 27-29 ກັນຍາ ທ້າຍອາທິດທີ່ຜ່ານມາ, ທີມງານອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ຕັ້ງບູດໃນງານ “ບຸນກາເຟບ້ານເຮົາ” ເພື່ອເປັນການສະເຫຼີມສະຫຼອງວັນກາເຟສາກົນ ປະຈຳປີ 2024, ຈັດຂຶ້ນພາຍໃຕ້ຫົວຂໍ້: “ກາເຟ: ກິດຈະວັດປະຈຳວັນຂອງເຈົ້າ, ການເດີນທາງຮ່ວມກັນກັບພວກເຮົາ” ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້.☕

✨ໃນວັນທີ 27-29 ກັນຍາ ທ້າຍອາທິດທີ່ຜ່ານມາ, ທີມງານອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ຕັ້ງບູດໃນງານ “ບຸນກາເຟບ້ານເຮົາ” ເພື່ອເປັນການສະເຫຼີມສະຫຼອງວັນກາເຟສາກົນ ປະຈຳປີ 2024, ຈັດຂຶ້ນພາຍໃຕ້ຫົວຂໍ້: “ກາເຟ: ກິດຈະວັດປະຈຳວັນຂອງເຈົ້າ, ການເດີນທາງຮ່ວມກັນກັບພວກເຮົາ” ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້.☕

Published: 27 Sep 2024

Type 03

.

 

[English below]
✨ໃນວັນທີ 27-29 ກັນຍາ ທ້າຍອາທິດທີ່ຜ່ານມາ, ທີມງານອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ຕັ້ງບູດໃນງານ “ບຸນກາເຟບ້ານເຮົາ” ເພື່ອເປັນການສະເຫຼີມສະຫຼອງວັນກາເຟສາກົນ ປະຈຳປີ 2024, ຈັດຂຶ້ນພາຍໃຕ້ຫົວຂໍ້: “ກາເຟ: ກິດຈະວັດປະຈຳວັນຂອງເຈົ້າ, ການເດີນທາງຮ່ວມກັນກັບພວກເຮົາ” ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້.☕
🌿ບັນຍາກາດເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ, ພາຍໃນງານ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງກາເຟລາວ ໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍເນັ້ນໃສ່ການພັດທະນາແບບຍືນຍົງ, ເຊິ່ງພາຍໃນງານໄດ້ມີການວາງສະແດງຫຼາຍກວ່າ 40 ບູດ ທີ່ໄດ້ວາງສະແດງຜະລິດຕະພັນກາເຟລາວທີ່ມາຈາກຫຼາຍພາກສ່ວນ ແລະ ຍັງມຸ່ງໝັ່ນເຫັນເຖິງຄວາມສຳຄັນໃນການຫຼຸດຜ່ອນສິ່ງເສດເຫຼືອປະເພດປລາສຕິກແບບນຳໃຊ້ຄັ້ງດຽວພາຍໃນງານ. ນອກຈາກນັ້ນ, ກໍຍັງມີອີກຫຼາກຫຼາຍກິດຈະກຳ ບໍ່ວ່າຈະເປັນການເປີດເວທີເສວະນາ, ກິດຈະກຳຖາມ-ຕອບກັບຜູ້ເຂົ້າຮ່ວມພາຍໃນງານກ່ຽວກັບກາເຟ ແລະ ອື່ນໆ.☕🫖
♻️ເຊິ່ງທາງອີໂຄນັອກ ລາວ ກໍໄດ້ມຸ່ງເນັ້ນ ໃນການສະໜັບສະໜູນຈັດກິດຈະກຳໃຫ້ບໍລິການເຊົ່າຈອກພາຍໃນງານ ເພື່ອເປັນທາງເລືອກໜຶ່ງໃຫ້ກັບຜູ້ທີ່ມາຮ່ວມງານໄດ້ສາມາດເຊົ່າຈອກ, ສຳລັບຄົນທີ່ບໍ່ໄດ້ຖືຈອກມາເອງ, ເປັນການຫຼຸດຜ່ອນປລາສຕິກແບບນຳໃຊ້ຄັ້ງດຽວ.
💚ສຸດທ້າຍນີ້, ພວກເຮົາຂໍຂອບໃຈມາຍັງຜູ້ຈັດງານທີ່ເປີດໂອກາດໃຫ້ ອີໂຄນັອກສ໌ ລາວ ເຂົ້າຮ່ວມເປັນສ່ວນໜຶ່ງໃນການປະກອບສ່ວນ ໃນງານສະເຫຼີມສະຫຼອງວັນກາເຟສາກົນ ປະຈຳປີ 2024 ນີ້ ແລະ ທາງອີໂຄນັອກສຼ ລາວ ກໍຮູ້ສຶກເປັນກຽດທີ່ໄດ້ຮັບໃບກຽດຕິຄຸນ ແລະ ຮ່ວມຫຼິ້ນກິດຈະກຳແລກປ່ຽນຂອງລາງວັນກັບບັນດາບູດຕ່າງໆທີ່ເຂົ້າຮ່ວມພາຍໃນງານ.🌱
💚ປັບປ່ຽນວິທີການດື່ມກາເຟຂອງທ່ານເພື່ອຫຼິີກເວັ້ນປລາສຕິກດ້ວຍການເອົາຈອກໄປເອງ ຫຼື ເຊົ່າຈອກຈາກເຮົາ.
🤝ຮ່ວມມືກັນຮັກໂລກ ດ້ວຍການໃຊ້ຈອກທີ່ສາມາດຍືມໄດ້.
—---------------------------------------------------
✨From September 27-29, the Econox Lao team had the privilege of participating in and setting up a booth at the “Boun Cafe Ban Hao” to celebrate International Coffee Day 2024. The event was held at the Vientiane Center, and was themed “Coffee: Your Daily Routine, Journey Together with Us.”☕
🌿The festival was vibrant and full of excitement, highlighting the significance of Lao coffee in both domestic and international markets with a strong emphasis on sustainable development. Over 40 booths showcased Lao coffee products from various regions, and the event also focused on reducing single-use plastic waste. In addition to the exhibitions, the festival featured numerous activities, including the opening of a forum and interactive Q&A sessions about coffee.☕🫖
♻️Econox Lao is dedicated to supporting the “Rent Your Cup” service at the event, providing attendees with the option to rent a cup if they did not bring their own, thereby reducing single-use plastic waste.
💚Finally, we would like to extend our heartfelt thanks to the event organizers for providing Econox Lao with the opportunity to participate in the 2024 International Coffee Day celebrations. We are honored to have received a certificate of appreciation and to have participated in the prize exchange activities with the various booths at the event.🌱
💚Change how you enjoy your coffee to help eliminate plastic waste. Bring your own cup or rent your reusable coffee cup from our event and help us protect the planet!
🤝Let’s work together to keep our world plastic-free by using borrowable coffee cups!

Ready to Get In Touch?

Phone Number

020 5964 4074

020 2228 6802

Email

info@econoxlaos.com

Social Media

Also Find Us On

Description of my image
Description of my image
We make environment solutions inclusive for everyone. Our aim is to embrace the innovative ideas into shaping the harmony of environmental conservation and development.

© Copyright - 2025 Econox Laos. All Rights Reserved.