✨ໃນວັນທີ 20 ຕຸລາ 2024 ທີ່ຜ່ານມາ, ທີມງານ Econox Laos ໄດ້ຈັດການເຝຶກອົບຮົບ ໃຫ້ກັບບັນດານັກຂ່າວສິ່ງແວດລ້ອມໄວໜຸ່ມ ໃນການລົງເກັບກຳຂໍ້ມູນຕົວຈິງຢູ່ທີ່ ນະຄອນຫຼວງພະບາງ ໂດຍໄດ້ຮັບການຮ່ວມສະໜັບສະໜູນຈາກໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ໃນ ສປປ ລາວ ຫຼື SCP Lao.
Published: 20 Oct 2024
Type 06
.
[English below]
ໃນວັນທີ 20 ຕຸລາ 2024 ທີ່ຜ່ານມາ, ທີມງານ Econox Laos ໄດ້ຈັດການເຝຶກອົບຮົບ ໃຫ້ກັບບັນດານັກຂ່າວສິ່ງແວດລ້ອມໄວໜຸ່ມ ໃນການລົງເກັບກຳຂໍ້ມູນຕົວຈິງຢູ່ທີ່ ນະຄອນຫຼວງພະບາງ ໂດຍໄດ້ຮັບການຮ່ວມສະໜັບສະໜູນຈາກໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ໃນ ສປປ ລາວ ຫຼື SCP Lao.
ເຊິ່ງກຸ່ມທີ 02 ຂອງພວກເຮົາກໍໄດ້ໄປຢ້ຽມຍາມ 2 ສະຖານທີ່ຄື: ບ້ານ ຈ່ານເໜືອ (ເຄື່ອງປັ້ນດິນເຜົາ) ແລະ ໂຮງແຮມ ຊອງທຸຍຣີ ຫຼວງພະບາງ, ໃນການລົງເກັບກຳຂໍ້ມູນຄັ້ງນີ້, ເຮັດໃຫ້ໄວໜຸ່ມໄດ້ມີໂອກາດລົງເກັບກຳຂໍ້ມູນໃນພາກປະຕິບັດຕົວຈິງ, ໄດ້ສຳພາດກັບທາງນາຍບ້ານ ແລະ ປະຊາຊົນ ໃນບ້ານຈ່ານເໜືອກ່ຽວກັບວິຖີຊີວິດໃນການຕິດພັນກັບເຄື່ອງປັ້ນດິນເຜົາ ແລະ ໄດ້ມີໂອກາດສຳພາດພະນັກງານໃນໂຮງແຮມ ຊອງທຸຍຣີ ຫຼວງພະບາງ ກ່ຽວກັບການຈັດການພາຍໃນໂຮງແຮມ ແລະ ເປັນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ ຫຼື ເປັນໂຮງແຮມສີຂຽວ.
ສຸດທ້າຍນີ້, ພວກເຮົາ ແລະ ນ້ອງໆໄວໜຸ່ມ ຂໍຂອບໃຈບ້ານ ຈ່ານເໜືອ ແລະ ໂຮງແຮມຊອງທຸຍຣີ ຫຼວງພະບາງ ທີ່ໃຫ້ການຕ້ອນຮັບພວກເຮົາຢ່າງອົບອຸ່ນ ແລະ ໃຫ້ການຮ່ວມມືແລກປ່ຽນ ແລະ ສະໜອງຂໍ້ມູນໃຫ້ກັບບັນດາໄວໜຸ່ມເພື່ອນຳມາສ້າງເປັນເນື້ອຂ່າວ ແລະ ຄອນເທັນ ທີ່ສຸມໃສ່ບັນຫາສິ່ງແວດລ້ອມ, ຄວາມຍືນຍົງ ແລະ ການເຊື່ອມໂຍງຂອງສື່ຕໍ່ກັບບັນຫາສິ່ງແວດລ້ອມໃນປະຈຸບັນ.
—------------------------------------------------------------
On October 20, 2024, the Econox Laos team organized a training session for young environmental journalists to collect data in Luangprabang, with support from the Sustainable Consumption and Production (SCP) in Lao PDR, or SCP Lao.
Our Group 02 also visited two places, namely Chan Nuae village (pottery) and Sanctuary Luangprabang Hotel. During this data collection, young journalists had the opportunity to interview the village head and residents of Ban Chan Nuae about their pottery-related lifestyle. In addition, our journalists had a conversation with the staff at Sanctuary Luangprabang Hotel regarding hotel management and the establishment's environmentally friendly practices, positioning it as a green hotel.
In closing, we, together with young journalists, would like to extend our heartfelt appreciation to Chan Nuae village (pottery) and Sanctuary Luangprabang Hotel for their warm welcome and cooperation in sharing information. This will help the youth create news and content focused on environmental issues, sustainability, and media integration with current environmental challenges.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com