✨ໃນວັນທີ 28-29 ຕຸລາ 2024 ທີ່ຜ່ານມາ, ທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ຕັ້ງໂຕະວາງສະແດງ ໃນກອງປະຊຸມອາຊຽນວ່າດ້ວຍການຕໍ່ຕ້ານມົນລະພິດປລາສຕິກ 2024, ທີ່ໄດ້ຈັດຂຶ້ນທີ່ ໂຮງແຮມ ດັບເບີລທຣີ ຮິລຕັນ, ວຽງຈັນ.
Published: 28 Oct 2024
Type 03
.
[English below]
ໃນວັນທີ 28-29 ຕຸລາ 2024 ທີ່ຜ່ານມາ, ທີມງານ ອີໂຄນັອກສ໌ ລາວ ໄດ້ມີໂອກາດເຂົ້າຮ່ວມ ແລະ ຕັ້ງໂຕະວາງສະແດງ ໃນກອງປະຊຸມອາຊຽນວ່າດ້ວຍການຕໍ່ຕ້ານມົນລະພິດປລາສຕິກ 2024, ທີ່ໄດ້ຈັດຂຶ້ນທີ່ ໂຮງແຮມ ດັບເບີລທຣີ ຮິລຕັນ, ວຽງຈັນ.
ບັນຍາກາດເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ, ເຊິ່ງພາຍໃນງານມີຜູ້ເຂົ້າຮ່ວມທີ່ມາຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອສົນທະນາແລກປ່ຽນຄວາມຮູ້, ສົ່ງເສີມການຫາລືວາງຍຸດທະສາດ, ເສີມຄວາມຮ່ວມມືຂອງພາກພື້ນ ແລະ ຫາທາງອອກໃໝ່ໆ ທີ່ກຳລັງເກີດຂຶ້ນ ໃນການແກ້ໄຂ ເພື່ອຕ້ານບັນຫາມົນລະພິດປລາສຕິກໃນພາກພື້ນ ແລະ ໄດ້ຮວບຮ່ວມເອົາຂໍ້ຕ່າງໆເຊັ່ນ:
ການຮ່ວມມືໃນພາກພື້ນ ເພື່ອແກ້ໄຂບັນຫາມົນລະພິດປລາສຕິກ.
ຄະນະກຳມະການເຈລະຈາລະຫວ່າງລັດຖະບານກ່ຽວກັບມົນລະພິດປລາສຕິກ.
ການນຳສະເໜີ 12 ນະວັດຕະກຳ ແລະ ວິທີການແກ້ໄຂຈາກບັນດາປະເທດອາຊຽນ.
ການລິເລີ່ມ ເພື່ອຫັນປ່ຽນສູ່ການຫຼຸດຜ່ອນມົນລະພິດປລາສຕິກ.
ຄວາມຮັບຜິດຊອບຂອງຜູ້ຜະລິດ: ການຫັນນະໂຍບາຍໄປສູ່ການປະຕິບັດຕົວຈິງ.
ສົ່ງເສີມເສດຖະກິດໝູນວຽນໄປສູ່ສະພາບການເຮັດວຽກທີ່ດີກວ່າເກົ່າ ສຳລັບຜູ້ອອກແຮງງານຈັດການສິ່ງເສດເຫຼືອ.
ການປ່ຽນແປງພຶດຕິກຳ ເພື່ອຫຼຸດຜ່ອນການນຳໃຊ້ປລາສຕິກແບບນຳໃຊ້ຄັ້ງດຽວໃນອາຊຽນ.
ນອກຈາກນັ້ນ, ຍັງມີວາລະພິເສດຊ່ວງທີ 05 ທີ່ຜູ້ຮ່ວມກໍ່ຕັ້ງຂອງພວກເຮົາ ໄດ້ເປັນຕົວແທນເຂົ້າຮ່ວມເວທີ ເສວະນາພາຍໃຕ້ຫົວຂໍ້: “ການປ່ຽນແປງພຶດຕິກຳ ເພື່ອຫຼຸດຜ່ອນການນຳໃຊ້ປລາສຕິກແບບນຳໃຊ້ຄັ້ງດຽວໃນອາຊຽນ”, ຮ່ວມກັບບັນດາຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ.
ກອງປະຊຸມ ແມ່ນໄດ້ຈັດຂຶ້ນໂດຍ: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮ່ວມກັບສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP), ໂດຍໄດ້ຮັບການສະໜັບສະໜູນຈາກ: Norad - Norwegian Agency for Development Cooperation ແລະ ສະຖາບັນວິໄຈເສດຖະກິດສຳລັບອາຊຽນ ແລະ ອາຊີຕາເວັນອອກ (ERIA).
—--------------------------------------------------------------
On October 28-29, 2024, the Econox Lao team had the opportunity to participate and set up a booth at the ASEAN Conference on Combating Plastic Pollution 2024, held at the Pearl Tree Hilton Hotel, Vientiane.
The atmosphere was vibrant and full of excitement, with participants from ASEAN Member States, the private sector, innovators, and civil society. They gathered to exchange knowledge, promote strategic discussions, strengthen regional cooperation, and seek new solutions to combat the issue of plastic pollution in the region.
Highlights of the conference included:
Regional Collaboration Against Plastic Pollution
Intergovernmental Negotiating Committee on Plastic Pollution.
12 Innovations and solutions presented with demonstrations from across ASEAN
Pioneering the Paradigm Shift to Phase Out of Plastic Pollution.
Extended Producer Responsibility: Turning Policy into Practice Action.
Promoting Circular Economy toward a better work condition for informal waste workers.
Behavioral Change to reduce Single-use Plastics in ASEAN.
Additionally, there was a special agenda during the 5th session where our co-founder represented our team in the forum on "Changing Behavior to Reduce the Use of Single-Use Plastics in ASEAN," alongside representatives from ASEAN member countries.
Co-hosted by the Ministry of Natural Resources and Environment (MONRE) of Lao PDR, the United Nations Development Programme (UNDP) Lao PDR with support from Norad - Norwegian Agency for Development Cooperation, and the ERIA: Economic Research Institute for ASEAN and East Asia.
Ready to Get In Touch?
Phone Number
020 5964 4074
020 2228 6802
info@econoxlaos.com